ຊອກຮູ້ຂໍ້ມູນກ່ຽວກັບຄຳເຕືອນ, ອາການ ແລະ ການປິ່ນປົວໂຣກຫືດທີ່ເກີດຈາກພາຍຸຝົນຟ້າຮ້ອງ. ຈົ່ງກຽມພ້ອມຮັບມືໃນຊ່ວງລະດູການທີ່ມີລະອອງເກສອນຫຍ້ານີ້.
ໂຣກຫືດທີ່ເກີດຈາກພາຍຸຝົນຟ້າຮ້ອງແມ່ນ ຫຍັງ?
ຢູ່ຣັດ ວິກຕໍເຣັຍ, ລະດູການລະອອງເກສອນຫຍ້າໂດຍທົ່ວໄປແມ່ນຢູ່ໃນຊ່ວງລະຫວ່າງວັນທີ 1 ຕຸລາ ຫາ ວັນທີ 31 ທັນວາ. ໃນຊ່ວງເວລານີ້, ທ່ານອາດສັງເກດເຫັນວ່າອາການຫືດ ແລະ ໄຂ້ແພ້ລະອອງເກສອນທີ່ເພີ້ມຫຼາຍຂຶ້ນ. ນອກຈາກນີ້ ລະດູການນີ້ຍັງມີຄວາມສ່ຽງທີ່ຈະເກີດອາການຫອບຫືດທີ່ກ່ຽວຂ້ອງກັບພາຍຸຝົນຟ້າຮ້ອງ.
ໂຣກຫືດທີ່ເກີດຈາກພາຍຸຝົນຟ້າຮ້ອງສາມາດເກີດຂຶ້ນໄດ້ເມື່ອມີລະອອງເກສອນຂອງຫຍ້າຈຳນວນຫຼາຍຢູ່ໃນອາກາດ ແລະ ລວມກັບພາຍຸຝົນຟ້າຮ້ອງໃນລັກສະນະສະເພາະ. ລະອອງເກສອນຫຍ້າຈະຖືກລົມພັດຂຶ້ນສູງ ແລະ ຖືກພັດກະຈາຍໄປເປັນໄລຍະທາງທີ່ໄກ. ລະອອງເກສອນບາງຊະນິດອາດຈະແຕກອອກ ແລະ ປ່ອຍອະນຸພາກຂະໜາດນ້ອຍອອກມາ ເຊິ່ງຈະຖືກພັດພາໄປຕາມກະແສລົມແຮງທີ່ເກີດຂຶ້ນກ່ອນພາຍຸຝົນຟ້າຮ້ອງ. ອະນຸພາກເຫຼົ່ານີ້ມີຂະໜາດນ້ອຍພໍທີ່ຈະຖືກສູດດົມເຂົ້າໄປເລິກເຖິງປອດຂອງຄົນເຮົາ ແລະ ສາມາດກະຕຸ້ນໃຫ້ເກີດອາການຫອບຫືດໄດ້ຢ່າງໄວວາ, ແມ່ນແຕ່ໃນກໍລະນີຂອງຜູ້ທີ່ບໍ່ເຄີຍເປັນໂຣກຫືດມາກ່ອນ.
ເມື່ອມີຜູ້ຄົນຈຳນວນຫຼາຍສະແດງອາການຫອບຫືດພາຍໃນໄລຍະເວລາສັ້ນໆພາຍໃຕ້ສະພາບການດັ່ງກ່າວ, ເຫດການນີ້ຈຶ່ງຖືກເອີ້ນວ່າ ໂຣກຫືດທີ່ເກີດຈາກພາຍຸຝົນຟ້າຮ້ອງໃນລັກສະນະລະບາດ.
ໃຜແດ່ທີ່ມີຄວາມສ່ຽງ?
ຜູ້ທີ່ມີຄວາມສ່ຽງຕໍ່ໂຣກຫືດທີ່ເກີດຈາກພາຍຸຝົນຟ້າຮ້ອງ ໄດ້ແກ່ ຜູ້ທີ່ມີ ໂຣກຫືດໃນປັດຈຸບັນ ຫຼື ເຄີຍເປັນມາກ່ອນ, ຫຼື ເປັນໂຣກຫືດແຕ່ຍັງບໍ່ທັນໄດ້ຮັບການວິນິດໄສ ຫຼື ເປັນໄຂ້ແພ້ລະອອງເກສອນໃນລະດູໃບໄມ້ປົ່ງ. ຄວາມສ່ຽງຈະສູງຂຶ້ນໄປອີກສຳລັບຜູ້ທີ່ເປັນທັງໂຣກຫືດ ແລະ ໂຣກພູມແພ້ລະອອງເກສອນດອກໄມ້, ໂດຍສະເພາະຖ້າຫາກໂຣກຫືດຂອງພວກເຂົາໄດ້ຮັບການຄວບຄຸມທີ່ບໍ່ດີພໍ.
ປົກປ້ອງຕົວທ່ານເອງໃນຊ່ວງລະດູການທີ່ມີລະອອງເກສອນຫຍ້ານີ້
ທ່ານສາມາດປົກປ້ອງຕົນເອງ ແລະ ຜູ້ທີ່ຢູ່ໃນຄວາມດູແລຂອງທ່ານໄດ້ ໂດຍການປະຕິບັດຕາມຂັ້ນຕອນງ່າຍໆເຫຼົ່ານີ້:
- ຕິດຕາມການພະຍາກອນຄວາມສ່ຽງຂອງໂຣກຫືດທີ່ເກີດຈາກພາຍຸຝົນຟ້າຮ້ອງ:
- ເຂົ້າເບິ່ງ ໜ້າເວັບໄຊທ໌ພະຍາກອນໂຣກຫືດຈາກພາຍຸຝົນຟ້າຮ້ອງຂອງ Vic
- ດາວໂຫຼດ ແອັບ ຜ່ານທາງ AppStore ຫຼື Google Play.
- ຢ່າ ຢູ່ ຂ້າງ ນອກ ໃນ ເວ ລາ ມີພາຍຸ ຝົນ ຟ້າ ຮ້ອງໂດຍ ສະ ເພາະ ແມ່ນ ໃນ ເວ ລາ ທີ່ ມີ ລົມ ແຮງກ່ອນ ເກີດພາຍຸ. ເຂົ້າໄປໃນເຮືອນ ແລະ ປິດປະຕູແລະປ່ອງຢ້ຽມ. ປິດລະບົບເຄື່ອງປັບອາກາດທີ່ດູດເອົາອາກາດຈາກພາຍນອກເຂົ້າມາໃນເຮືອນ ຫຼື ລົດ (ລວມທັງເຄື່ອງປັບອາກາດແບບລະເຫີຍ).
- ກິນຢາປ້ອງກັນຕາມຄຳແນະນຳ.
- ຮູ້ວິທີຮັບມືກັບໂຣກຫືດກຳເລີບ. ປະຕິບັດຕາມແຜນການຮັບມືກັບໂຣກຫືດ ຫຼື ໃຊ້ວິທີປະຖົມພະຍາບານສຳລັບໂຣກຫືດ.
ໂຣກຫືດ
- ຖ້າທ່ານເປັນໂຣກຫືດ – ໃຫ້ປຶກສາກັບທ່ານໝໍປະຈຳຕົວຂອງທ່ານເພື່ອຕິດຕາມກວດກາການຄວບຄຸມໂຣກຫືດ, ລວມທັງທົບທວນ ແລະ ປັບປຸງແຜນການປິ່ນປົວໂຣກຫືດຂອງທ່ານ ເພື່ອໃຫ້ໝັ້ນໃຈວ່າທ່ານມີຢາທີ່ ເໝາະສົມ ແລະ ນຳໃຊ້ຢາໄດ້ຢ່າງຖືກວິທີ. ຈື່ໄວ້ວ່າ, ການໃຊ້ຢາປ້ອງກັນໂຣກຫືດຕາມຄຳແນະນຳແມ່ນເປັນສິ່ງສຳຄັນຢ່າງຍິ່ງ. ມັນຊ່ວຍປ້ອງກັນໂຣກຫືດ, ລວມທັງໂຣກຫືດທີ່ເກີດຈາກພາຍຸຝົນຟ້າຮ້ອງ.
- ຖ້າທ່ານເຄີຍເປັນໂຣກຫືດ – ຈົງປຶກສາກັບທ່ານໝໍຂອງທ່ານກ່ຽວກັບການປ້ອງກັນຕົນເອງຈາກຄວາມສ່ຽງຂອງໂຣກຫືດທີ່ເກີດຈາກພາຍຸຝົນຟ້າຮ້ອງ.
- ຖ້າທ່ານມີອາການຫາຍໃຈຝືດ, ຫາຍໃຈສັ້ນຖີ່, ແໜ້ນໜ້າເອິກ, ຫຼື ໄອຢ່າງຕໍ່ເນື່ອງ – ໃຫ້ປຶກສາກັບທ່ານໝໍຂອງທ່ານ. ພວກເຂົາສາມາດຊ່ວຍໃຫ້ທ່ານຊອກຮູ້ວ່າທ່ານເປັນໂຣກຫືດຫຼືບໍ່ ແລະ ວິທີການຈັດການກັບອາການເຫຼົ່ານັ້ນ.
- ເອົາຢາບັນເທົາອາການຕິດຕົວໄວ້ສະ ເໝີ – ນີ້ແມ່ນຢາປະຖົມພະຍາບານສຸກເສີນສຳລັບໂຣກຫືດຂອງທ່ານ.
ສໍາລັບອາການໂຣກຫືດທີ່ບໍ່ຮຸນແຮງ, ໃຫ້ໄປພົບທ່ານໝໍຂອງທ່ານ, ປຶກສາກັບເພສັດສະກອນ ຫຼື ເຂົ້າຫາ ທາງເລືອກການດູແລ ອື່ນໆ. ຖ້າອາການຂອງທ່ານບໍ່ດີຂຶ້ນ ຫຼື ຮ້າຍແຮງກວ່າເກົ່າ, ໃຫ້ໂທຫາເບີ 000 ຫຼື ໄປໂຮງໝໍ.
ໄຂ້ແພ້ລະອອງເກສອນ
- ຖ້າທ່ານມີອາການໄຂ້ແພ້ລະອອງເກສອນໃນລະດູໃບໄມ້ປົ່ງ – ໃຫ້ປຶກສາກັບເພສັດຊະກອນ ຫຼື ທ່ານໝໍປະຈຳຄອບຄົວຂອງທ່ານ. ພວກເຂົາສາມາດຊ່ວຍທ່ານວາງແຜນການປິ່ນປົວ ແລະ ແນະນຳວິທີປ້ອງກັນຕົນເອງຈາກໂຣກຫືດທີ່ເກີດຂຶ້ນຈາກພາຍຸຝົນຟ້າຮ້ອງ. ສິ່ງນີ້ລວມເຖິງການຮູ້ແຫຼ່ງທີ່ທ່ານສາມາດຊື້ຢາພົ່ນບັນເທົາໂຣກຫືດໄດ້ຢ່າງໄວວາໃນກໍລະນີທີ່ທ່ານເກີດອາການຫອບຫືດຈາກພາຍຸຝົນຟ້າຮ້ອງ – ເຊິ່ງຢາເຫຼົ່ານີ້ມີຈຳໜ່າຍຢູ່ຮ້ານຂາຍຢາໂດຍບໍ່ຈຳເປັນຕ້ອງມີໃບສັ່ງຢາຈາກທ່ານໝໍ.
- ຖ້າທ່ານມີອາການຫອບຫືດເກີດຂຶ້ນ – ໃຫ້ປະຕິບັດຕາມຂັ້ນຕອນການປະຖົມ ພະຍາບານສຳລັບໂຣກຫືດ ແລະ ຕ້ອງແນ່ໃຈວ່າທ່ານໄດ້ໄປພົບທ່ານໝໍປະຈຳຕົວຂອງທ່ານເພື່ອຕິດຕາມອາການ.
- ຖ້າທ່ານມີອາການຫອບຫືດຮວມກັບອາການໄຂ້ແພ້ລະອອງເກສອນ ຫຼື ບໍ່ແນ່ໃຈໃນອກາກນທີ່ເປັນຢູ່ – ໃຫ້ໄປພົບທ່ານໝໍປະຈຳຄອບຄົວຂອງທ່ານ. ເມື່ອໄດ້ຮັບການວິນິດໄສແລ້ວ, ທ່ານຈະໄດ້ຮັບການປິ່ນປົວທີ່ມີປະສິດທິພາບ ເຊິ່ງຈະຊ່ວຍໃຫ້ທ່ານຮູ້ສຶກດີຂຶ້ນ ແລະ ຫາຍໃຈໄດ້ສະດວກຂຶ້ນ.
ການປະຖົມພະຍາບານສຳລັບໂຣກຫືດ
ມັນເປັນສິ່ງສຳຄັນທີ່ທຸກຄົນໃນຊຸມຊົນຄວນຮູ້ວິທີການປະຖົມພະຍາບານສຳລັບໂຣກຫືດ. ຂໍ້ມູນກ່ຽວກັບການປະຖົມພະຍາບານສຳລັບໂຣກຫືດມີໄວ້ໃຫ້ທີ່ Better Health Channel (ຊ່ອງສຸຂະພາບທີ່ດີກວ່າ), Asthma Australia (ໂຣກຫືດ ແລະ National Asthma Council Australia .
ໃຫ້ໂທຫາເບີສາມເລກສູນ (000) ທັນທີ ຖ້າຫາກ:
- ຜູ້ປ່ວຍບໍ່ຫາຍໃຈ
- ໂຣກຫືດຂອງພວກເຂົາຮ້າຍແຮງຂຶ້ນຢ່າງກະທັນຫັນ ຫຼື ບໍ່ມີອາການດີຂຶ້ນ
- ຜູ້ກ່ຽວກຳລັງມີໂຣກຫືດກຳເລີບ ແລະ ບໍ່ມີຢາບັນເທົາອາການຢູ່ໃກ້ຕົວ
- ຜູ້ກ່ຽວບໍ່ແນ່ໃຈວ່າແມ່ນໂຣກຫືດ ຫຼື ບໍ່
- ຜູ້ກ່ຽວມີປະຫວັດເປັນອາການແພ້ຮຸນແຮງ (anaphylaxis). ໃນກໍລະນີນີ້, ໃຫ້ສັກຢາ ອາເດຣນາລີນ (adrenaline) ດ້ວຍເຂັມສັກແບບອັດຕະໂນມັດ (autoinjector) ກ່ອນສະເໝີ, ຈາກນັ້ນຈຶ່ງໃຫ້ຢາບັນເທົາອາການ, ເຖິງແມ່ນວ່າຈະບໍ່ມີອາການທາງຜິວໜັງໃຫ້ເຫັນກໍຕາມ.
ເພື່ອເຂົ້າເບິ່ງຂໍ້ມູນນີ້ໃນພາສາອື່ນ, ໃຫ້ຕິດຕໍ່ຫາ ບໍລິການ ການແປເອກະສານແລະນາຍພາສາ (TIS ທີ່ເບີ 131 450 (ໂທຟຣີ) ແລະ ຂໍໃຫ້ພວກເຂົາໂທຫາ Nurse-on-Call.
ຖ້າທ່ານເປັນຄົນຫູໜວກ, ມີບັນຫາດ້ານການໄດ້ຍິນ, ຫຼື ມີຄວາມບົກຜ່ອງດ້ານການເວົ້າ/ການສື່ສານ, ໃຫ້ຕິດຕໍ່ຫາ National Relay Service ແລະ ຂໍໃຫ້ພວກເຂົາໂທຫາ Nurse-on-Call.
ຂໍ້ມູນທີ່ກ່ຽວຂ້ອງ
- ໜ້າເວັບຂອງ Better Health Channel ກ່ຽວກັບໂຣກຫືດທີ່ເກີດຈາກພາຍຸຝົນຟ້າຮ້ອງ
- ເວັບໄຊທ໌ Melbourne ຫຼື ແອັບ
- Asthma Australia (ໂຣກຫືດ
- National Asthma Council Australia (ສະພາ ໂຣກຫືດ ແຫ່ງຊາດ
ບ່ອນຂໍຄວາມຊ່ວຍເຫຼືອ
- ໃນກໍລະນີສຸກເສີນ, ໃຫ້ໂທຫາເບີ ສາມເລກສູນ (000) ສະເໝີ
- ບໍລິການດູແລຮັກສາສຸກເສີນ ໃນ ຣັດ ວິກຕໍເຣັຍ
Content disclaimer
Content on this website is provided for information purposes only. Information about a therapy, service, product or treatment does not in any way endorse or support such therapy, service, product or treatment and is not intended to replace advice from your doctor or other registered health professional. The information and materials contained on this website are not intended to constitute a comprehensive guide concerning all aspects of the therapy, product or treatment described on the website. All users are urged to always seek advice from a registered health care professional for diagnosis and answers to their medical questions and to ascertain whether the particular therapy, service, product or treatment described on the website is suitable in their circumstances. The State of Victoria and the Department of Health shall not bear any liability for reliance by any user on the materials contained on this website.

